ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຢຍ​ລະ​ມັນ ມີ​ອັດຕາ​ການ​ຈ້າງ​ງານເພີ່ມ​ຂຶ້ນ 3,8% ເປັນ​ຄັ້ງ​ປະຫວັດສາດ

     ສຳນັກ​ຂ່າວ​ຊິນ​ຮວາ ສປ​ ຈີນ ລາຍ​ງານ​ໃຫ້​ຮູ້​ວັນ​ທີ 31 ພຶດ​ສະພາ 2024 ນີ້​ວ່າ: ສຳນັກງານສະຖິຕິ​ກາງ ແຫ່ງ ເຢຍ​ລະ​ມັນ ເປີດ
ເຜີຍ​ວ່າ, ຄ່າ​ຈ້າງ​ງານ ທີ່ແທ້​ຈິງໃນ​ເຢຍ​ລະ​ມັນ ໃນ​ໄລຍະໄຕ​ມາດ​ທຳ​ອິດ (ເດືອນ​ມັງກອນ-ເດືອນ​ ມີນາ) ຂອງ ປີ​ນີ້ ໄດ້​ເພີ່ມ​ຂຶ້ນ 3,8%
ເມື່ອ​ທຽບ​ກັບໄຕ​ມາດ​ດຽວ​ກັນ ຂອງ​ປີ​ກາຍ, ຊຶ່ງ​ຖື​ເປັນ​ການ​ເຕີບ​ໂຕ​ແບບ​ທຽບ​ປີ​ຕໍ່​ປີ ທີ່​ດີ​ທີ່​ສຸດນັບ​ແຕ່ ປີ 2008 ຜ່ານ​ມາ.

     ເຈົ້າ​​​ໜ້າທີ່​ກ່ຽວຂ້ອງ​ລາຍ​ງານ​ວ່າ: ກ່ອນ​ໜ້າ​ນີ້ ລູກຈ້າງໃນ ​ເຢຍ​ລະ​ມັນ ທົ່ວ​ທຸກ​ພາກສ່ວນໄດ້​ປະເຊີນ​ກັບການ​ສູນ​ເສຍ​ຄ່າ​ຈ້າງທີ່ແທ້​
ຈິງມາ​ເປັນເວລາຫຼາຍ​ກວ່າ 1 ປີ ຈົນ​ເຖິງຕົ້ນ​ປີ 2023. ສະນັ້ນການ​ເຕີບ​ໂຕ​ໃນໄລຍະ​ໄຕ​ມາດ​ທຳ​ອິດ ມາ​ຈາກທ່າ​ອ່ຽງອັດຕາ​ເງິນ​ເຟີ້ ທີ່​
ອອ່ນ​ຕົວ ແລະ ການ​ເຕີບ​ໂຕແຂງແຮງ ຂອງຄ່າ​ຈ້າງ​ງານ​ເພີ່ມ​ຂຶ້ນ 6,4%, ໃນ​ຂະນະ​ທີ່ເງິນ​ຊົດ​ເຊີຍອັດຕາເງິນ​ເຟີ້ມີ​ສ່ວນເຮັດ​ໃຫ້ການ​ເຕີບ
​ໂຕເຊັ່ນ​ກັນ.

     ປັດຈຸບັນ ເຢຍ​ລະ​ມັນ ອະນຸຍາດ​ໃຫ້ມີ​ເງິນຊົດ​ເຊີຍເສຍ​ພາສີ ແລະ ປອດ​ພາສີ ຫຼາຍ​ເຖິງ 3.000 ເອີ​ໂຣ ຕໍ່​ລູກຈ້າງ 1 ຄົນ ເພື່ອ​ຮັບ​
ມື​ກັບລະດັບລາຄາ​ສິນຄ້າທີ່​ເພິ່ມ​ຂຶ້ນ.

 

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/06/2024